ພາສາລາວ

ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີໂປໂລຍ

CRI 2024-06-25 14:19:41
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 24 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານອັນເດຣດ ດູດາປະທານາທິບໍດີໂປເລຍທີ່ມາຢ້ຽມຢາມຈີນທາງລັດຖະກິດຢູ່ຫໍສະພາປະຊາຊົນທີ່ນ ະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ການພົວພັນລະຫວ່າງຈີນ-ໂປໂລຍສາມາດຜ່ານຜ່າຟ້າຝົນລົມແດງ, ສິ່ງສຳຄັນຄື ສອງຝ່າຍສາມາດຖອດຖອນເອົາສະຕິປັນຍາ ແລະ ກຳລັງແຮງຈາກມູນເຊື້ອວັດທະນະທຳປະຫວັດສາດຂອງຊົນຊາດຕົນ, ຍຶດໝັ້ນຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງຝ່າຍຢ່າງເປັນເອກະລາດ ແລະ ເປັນເຈົ້າຕົນເອງ. ສອງຝ່າຍຄວນສືບຕໍ່ຍຶດໝັ້ນຈິດໃຈມິດຕະພາບລະຫວ່າງຈີນ-ໂປໂລຍທີ່ເຄົາລົບກັນ, ປະຕິບັດຕໍ່ກັນຢ່າງສະເໝີພາບ, ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ແລະແລກປ່ຽນບົດຮຽນເຊິ່ງກັນແລະກັນ, ເຂົ້າໃຈ ແລະ ສະໜັບສະໜູນຄວາມພະຍາຍາມ ເພື່ອປົກປັກຮັກສາຜົນປະໂຫຍດດ້ານອະທິປະໄຕ ຄວາມໝັ້ນຄົງ ແລະ ການພັດທະນາຂອງກັນ, ຮ່ວມກັນຄັດຄ້ານແນວຄິດສົງຄາມເຢັນ, ແລະຄວາມເປັນປໍລະປັກກັນລະຫວ່າງຄ້າຍ, ຮັກສາລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ, ຊຸກຍູ້ໃຫ້ສ້າງການຫັນເປັນຫຼາຍຂົ້ວຂອງໂລກທີ່ສະເໝີພາບ ແລະ ເປັນລະບຽບ, ກໍຄື ຍຸກໂລກາພິວັດດ້ານເສດຖະກິດທີ່ເອື້ອປະໂຫຍດຕໍ່ທຸກຝ່າຍ ແລະ ກວມລວມ. ຈີນຍິນດີຮ່ວມກັບປະເທດຕ່າງໆເຊິ່ງລວມທັງໂປໂລຍ, ຊຸກຍູ້ໃຫ້ກົນໄກຮ່ວມມືລະຫວ່າງຈີນ-ປະເທດເອີຣົບກາງ ແລະ ເອີຣົບຕາເວັນອອກພັດທະນາໄປຢ່າງຕໍ່ເນື່ອງ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ເອີຣົບພັດທະນາໄປຢ່າງປອດໃສ ແລະ ໝັ້ນທ່ຽງ.

ທ່ານ ດູດາ ກ່າວວ່າ, ໂປໂລຍຍຶດໝັ້ນຫຼັກການປະເທດຈີນດຽວຢ່າງເດັດດ່ຽວ, ຍິນດີຮ່ວມກັບຈີນສືບຕໍ່ຊຸກຍູ້ການຮ່ວມມືໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ລົງເລິກການແລກປ່ຽນແລະ ການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ກະສິກຳ, ພື້ນຖານໂຄງລ່າງ, ເຊື່ອມໂຍງເຊື່ອມຈອດກັນ, ວັດທະນະທຳ ແລະ ອື່ນໆ, ເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ເຊັ່ນ: ການປະດິດສ້າງໃໝ່, ເສດຖະກິດດີຈີຕອນ, ລົດພະລັງງານໃໝ່ ແລະ ອື່ນໆ, ຍິນດີຕ້ອນຮັບວິສາຫະກິດຈີນ ໄປລົງທຶນຢູ່ໂປໂລຍຫຼາຍກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ອຸດສາຫະກໍາພະລັງງານແສງຕາເວັນຂອງຈີນປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາແບບສີຂຽວຂອງມາເລເຊຍ

ຜູ້ບ່າວອາຍຸ 20 ກວ່າປີ ສືບທອດມໍລະດົກນາມມະທຳດ້ານການຖັກແສ່ວ

ໃຫ້ເດັກນ້ອຍກິນຢ່າງມີໂພຊະນາການແລະມີສຸຂະພາບແຂງແຮງ

ພວກເຮົາຄວນເຮັດແນວໃດເພື່ອຮັບມືກັບອາກາດຮ້ອນເອົ້າ

ຄວາມຮັກແພງລະຫວ່າງພໍ່ກັບລູກ ຈິດໃຈຜູ້ຮັບໃຊ້ປະຊາຊົນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະ ຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn